ເປັນຫຍັງຕ້ອງໃຊ້ລະຫັດເຕີມເງິນ PREPAID CARD ?
ລະຫັດເຕີມເງິນ Prepaid Card (PC) ເປັນລະຫັດທີ່ນຳໄປເຕີມໃນຄາບີນເນັດແລ້ວເງິນຈະເຂົ້າບັນຊີເທຣດຂອງ FXCL ອັດຕະໂນມັດ
ລະຫັດເຕີມເງິນສາມາດໃຊ້ເປັນທາງເລືອກໃນການເຕີມເງິນຜ່ານທາງທະນາຄານລາວ ມີຂໍ້ດີຫຼາຍຢ່າງດັ່ງນີ້

ຝາກເງິນໄດ້ທັນທີ
ຫຼັງຈາກທີ່ທ່ານໃສ່ລະຫັດເຕີມເງິນໃນຄາບີນເນັດຮຽບຮ້ອຍແລ້ວ ທ່ານຈະໄດ້ຮັບເງິນເຂົ້າໄປທີ່ຍອດບາລານໃນບັນຊີເທຣດໃຫ້ອັດຕະໂນມັດພາຍໃນ 5 ນາທີ

ໃຊ້ງານງ່າຍ
ການໃຊ້ລະຫັດເຕີມເງິນເປັນເລື່ອກງ່າຍ ທ່ານພຽງແຕ່ໃສ່ລະຫັດເຕີມເງິນລົງໄປທີ່ເມນູຝາກເງິນໃນຄາບີນເນັດ ແລະ ທ່ານກໍ່ຈະໄດ້ຮັບເງິນເຕີມເຂົ້າໄປທີ່ບັນຊີເທຣດອັດຕະໂນມັດ

ຢືດຢຸ່ນ
ທ່ານສາມາດໃຊ້ລະຫັດເຕີມເງິນໄດ້ຕະຫຼອດເວລາທີ່ທ່ານຕ້ອງການ ບໍ່ວ່າຈະເປັນມື້ພັກ ຫຼື ນອກເວລາລັດຖະການ

ລະຫັດບໍ່ມີໝົດອາຍຸ
ລະຫັດເຕີມເງິນບໍ່ມີໝົດອາຍຸ ທ່ານສາມາດເກັບລະຫັດເຕີມເງິນໃວ້ໃຊ້ສຳລັບກໍລະນີທີ່ຕ້ອງການເຕີມໃນເວລາສຸກເສີນ
ລາຍລະອຽດເພີ່ມເຕີມກ່ຽວກັບລະຫັດເຕີມເງິນ PREPAID CARD

ສາມາດໃຊ້ໄດ້ກັບທຸກບັນຊີ
ທ່ານສາມາດໃຊ້ລະຫັດເຕີມເງິນກັບທຸກປະເພດບັນຊີເທຣດທີ່ມີຊ່ອງທາງຝາກເງິນຜ່ານທະນາຄານລາວ ໂດຍບັນຊີເທຣດຈະຕ້ອງມີຊື່ເຈົ້າຂອງກົງກັບຊື່ບັນຊີທີ່ແຈ້ງຂໍລະຫັດເຕີມເງິນ ບໍ່ສາມາດໃຊ້ລະຫັດເຕີມເງິນກັບບັນຊີບຸກຄົນອື່ນໄດ້

ວິທີການຊື້ລະຫັດເຕີມເງິນ
ຫຼັງຈາກທ່ານຝາກເງິນເຂົ້າມາແລ້ວ ໃຫ້ທ່ານແຈ້ງລາຍລະອຽດການຝາກເງິນເຂົ້າມາ ແລະ ຂຽນກຳກັບໃນຊ່ອງລາຍລະອຽດເພີ່ມເຕີມວ່າຕ້ອງການຮັບເປັນລະຫັດເຕີມເງິນສຳລັບຂັ້ນຕອນການຝາກເງິນທ່ານສາມາດເບີ່ງໄດ້ທີ່ “ເມນູຝາກເງິນ” ໃນຄາບີນເນັດ

ຖອນເງິນເຂົ້າບັນຊີທະນາຄານລາວ
ຖ້າທ່ານຝາກເງິນຜ່ານລະຫັດເຕີມເງິນ ໃນການຖອນເງິນທ່ານຈະໄດ້ຮັບເງິນເຂົ້າບັນຊີທະນາຄານລາວທີ່ເປັນຊື່ຂອງທ່ານໂດຍກົງ

ບໍ່ມີຄ່າທຳນຽມ
ຈຳນວນເງິນທີ່ທ່ານຊື້ລະຫັດເຕີມເງິນຈະໃຊ້ອັດຕາແລກປ່ຽນປະຈຸບັນ ເຊີ່ງເປັນອັດຕາດຽວກັນກັບການຝາກເງິນແບບບໍ່ໃຊ້ລະຫັດເຕີມເງິນ ບໍ່ມີຄ່າທຳນຽມເພີ່ມເຕີມ

ການຈັດສົ່ງລະຫັດເຕີມເງິນ
FXCL ຈະຈັດສົ່ງລະຫັດເຕີມເງິນໄປໃຫ້ທາງ ອີເມລ ທີ່ທ່ານລົງທະບຽນເປີດບັນຊີພາຍໃນ 1 ມື້ລັດຖະການ ຫຼັງຈາກທີ່ທ່ານຢືນຢັນການຝາກເງິນເຂົ້າມາ

ຈຳນວນຂັ້ນຕ່ຳຂອງລະຫັດເຕີມເງິນ
ທ່ານສາມາດຊື້ລະຫັດເຕີມເງິນໄດ້ຕັ້ງແຕ່ $1 ຂຶ້ນໄປ
ວິທີຝາກເງິນໂດຍລະຫັດເຕີມເງິນ
ກະລຸນາເຮັດຕາມຂັ້ນຕອນຕໍ່ໄປນີ້ :
![]() ![]() |
||
1. ຮັບລະຫັດເຕີມເງິນທາງ ອີເມລ 2. ລ໋ອກອີນເຂົ້າບັນຊີຄາບີນເນັດ | ||
![]() |
![]() |
![]() |
3. ເຂົ້າໄປເມນູ “ຝາກເງິນ” | 4. ເລືອກໝາຍເລກບັນຊີເທຣ,ທີ່ທ່ານຕ້ອງການຝາກເງິນ | 5. ກົດປຸ່ມ “ລະຫັດເຕີມເງິນ” |
![]() |
![]() |
![]() |
6. ໃສ່ຂໍ້ຄວາມໃນຮູບ ແລະ ລະຫັດເຕີມເງິນ | 7. ກົດປຸ່ມ “ກວດສອບ” | 8. ກົດປຸ່ມ “ສົ່ງ” |
ສາມາດໃຊ້ລະຫັດເຕີມເງິນກັັບບັນຊີ Fixed Rate ໄດ້ບໍ່ ?
ສາມາດໃຊ້ໄດ້ ຍອດເງິນໃນລະຫັດເຕີມເງິນຈະຖືກຄຳນວນໃໝ່ຖ້າທ່ານເຕີມເງິນເຂົ້າ ບັນຊີ Fixed Rate
ຕົວຢ່າງ :
- ສົມມຸດອັດຕາແລກປ່ຽນປັດຈຸບັນຄື 8500 ກີບ ຕໍ່ 1 ໂດລາ
- ທ່ານໂອນເງິນຈຳນວນ 850,000 ກີບ ເພື່ອຊື້ລະຫັດເຕີມເງີນ $100
- ຖ້າທ່ານນຳລະຫັດເຕີມເງິນ $100 ນີ້ໄປເຕີມທີ່ບັນຊີເທຣດປົກະຕິ ທ່ານຈະໄດ້ຮັບເງິນຈຳນວນ $100 ເຂົ້າບັນຊີໄດ້ຕະຫຼອດເວລາບໍ່ວ່າຈະເຕີມຕອນໃດ
- ຖ້າທ່ານນຳລະຫັດເຕີມເງີນ $100 ໄປເຕີມບັນຊີເທຣດ Fixed Rate ສົມມຸດ ຕອນນີ້ເຕີມເງິນມີອັດາແລກປ່ຽນຢູ່ທີ່ 8500 ທ່ານຈະໄດ້ຮັບເງິນເປັນຈຳນວນ $100 * 8500/6000 = $141.66 (ຈຳນວນເງິນຂອງລະຫັດເຕີມເງິນ * ອັດຕາແລກປ່ຽນປະຈຸບັນ / 6000)